Ultherapy Prime (USA)

Ultherapy Prime (USA)

  • ພາບລວມ: ຖືກຍົກໃຫ້ເປັນ “ມາດຕະຖານຄຳ” (Gold Standard) ຂອງການຍົກກະຊັບໃບໜ້າໂດຍບໍ່ຕ້ອງຜ່າຕັດ. ເປັນເທັກໂນໂລຢີຕົ້ນສະບັບຈາກສະຫະລັດອາເມຣິກາ ແລະ ເປັນເຄື່ອງດຽວທີ່ໄດ້ຮັບການຍອມຮັບໃນລະດັບໂລກຢ່າງກວ້າງຂວາງທີ່ສຸດ.
  • ຈຸດເດັ່ນທາງເທັກໂນໂລຢີ: ໃຊ້ເທັກໂນໂລຢີສະເພາະຕົວ MFU-V (Microfocused Ultrasound with Visualization).
    • Visualization (DeepSEE®): ເປັນຈຸດເດັ່ນທີ່ສຳຄັນທີ່ສຸດ. ແພດສາມາດເບິ່ງເຫັນພາບຊັ້ນຜິວຈິງແບບ Real-time ຜ່ານຈໍສະແດງຜົນຂະນະເຮັດ, ເຮັດໃຫ້ສາມາດສົ່ງພະລັງງານລົງໄປຍັງຄວາມເລິກ ແລະ ຕຳແໜ່ງທີ່ຖືກຕ້ອງໄດ້ຢ່າງແມ່ນຢຳ 100%.
  • ຄຸນສົມບັດຫຼັກ:
    • ຍົກຄິ້ວ, ຫາງຕາ, ເຮັດໃຫ້ດວງຕາເບິ່ງເປີດ ແລະ ສົດໃສຂຶ້ນ.
    • ຍົກກະຊັບຜິວໃຕ້ຄາງ ແລະ ລຳຄໍ, ເກັບໜອກຄໍ.
    • ປັບກອບໜ້າໃຫ້ຄົມຊັດ, ແກ້ໄຂບັນຫາແກ້ມຫ້ອຍ.
  • ໄລຍະເວລາຂອງຜົນລັບ: ສ່ວນຫຼາຍເຮັດພຽງ 1 ຄັ້ງຕໍ່ປີ. ຜົນລັບຈະເລີ່ມເຫັນປະມານ 30% ຫຼັງເຮັດ ແລະ ຈະເຫັນຜົນເຕັມທີ່ໃນ 2-3 ເດືອນ. ຜົນລັບສາມາດຢູ່ໄດ້ດົນ 1 – 2 ປີ.
  • ມາດຕະຖານ ແລະ ຄວາມປອດໄພ:
    • ເປັນເທັກໂນໂລຢີຍົກກະຊັບພຽງໜຶ່ງດຽວທີ່ຜ່ານການຮັບຮອງຈາກອົງການອາຫານ ແລະ ຢາ ຂອງສະຫະລັດອາເມຣິກາ (US FDA-cleared) ວ່າສາມາດ “ຍົກກະຊັບ” (Lifting) ຜິວໄດ້ຈິງ.
    • ເທັກໂນໂລຢີຈໍພາບ Real-time ເພີ່ມຄວາມປອດໄພສູງສຸດ, ປ້ອງກັນການສົ່ງພະລັງງານໄປຖືກກະດູກ ຫຼື ຊັ້ນຜິວທີ່ບໍ່ຕ້ອງການ.
Scroll to Top