ໂປຣແກຣມ Body Rejuvenation Spa (ສະປາຟື້ນຟູຜິວພັນທົ່ວຮ່າງກາຍ)
ໂປຣແກຣມ Body Rejuvenation Spa (ສະປາຟື້ນຟູຜິວພັນທົ່ວຮ່າງກາຍ)
- ພາບລວມ: ຄືນຊີວິດໃຫ້ກັບຜິວພັນທົ່ວຮ່າງກາຍ ຈາກຄວາມເມື່ອຍລ້າ ແລະ ມົນລະພາວະ. ໂປຣແກຣມນີ້ບໍ່ແມ່ນພຽງການດູແລຜິວ, ແຕ່ເປັນການບຳບັດທີ່ຊ່ວຍໃຫ້ທ່ານໄດ້ຜ່ອນຄາຍທັງຮ່າງກາຍ ແລະ ຈິດໃຈ. ເລີ່ມຕົ້ນດ້ວຍການກຳຈັດເຊລຜິວເກົ່າທີ່ຫຍາບແຫ້ງ, ຕາມດ້ວຍການບຳລຸງຢ່າງເລິກເຊິ່ງດ້ວຍມາກບຳລຸງເຂັ້ມຂຸ້ນ ແລະ ປິດທ້າຍດ້ວຍການນວດເບົາໆ ເພື່ອໃຫ້ທ່ານໄດ້ສຳຜັດເຖິງຜິວທີ່ນຸ້ມນວນ, ລຽບນຽນ, ກະຈ່າງໃສ ແລະ ໜ້າສຳຜັດທົ່ວຮ່າງກາຍ.
- ເໝາະກັບໃຜ?
- ຜູ້ທີ່ມີບັນຫາຜິວແຫ້ງ, ຫຍາບ, ສີຜິວບໍ່ສະໝ່ຳສະເໝີ.
- ຜູ້ທີ່ກຳລັງຈະອອກງານສຳຄັນ ຫຼື ເຈົ້າສາວທີ່ຕ້ອງການກຽມຜິວໃຫ້ງາມທີ່ສຸດ.
- ຜູ້ທີ່ເຮັດວຽກໜັກ ແລະ ຕ້ອງການເວລາຜ່ອນຄາຍ, ປົດປ່ອຍຄວາມຕຶງຄຽດ.
- ຜູ້ທີ່ຕ້ອງການຟື້ນຟູຜິວຫຼັງຈາກຖືກແດດ ຫຼື ຜິວຂາດການບຳລຸງ.
- ຈຸດເດັ່ນຂອງໂປຣແກຣມ:
- Body Exfoliation (ການຂັດຜິວ): ຜູ້ຊ່ຽວຊານຈະເລືອກໃຊ້ຜະລິດຕະພັນສະຄຣັບຜິວຄຸນນະພາບສູງ ທີ່ເໝາະກັບສະພາບຜິວຂອງທ່ານ. ການຂັດຜິວຢ່າງອ່ອນໂຍນຈະຊ່ວຍກຳຈັດเເຊລຜິວເກົ່າ, ກະຕຸ້ນການໄຫຼວຽນຂອງເລືອດ ແລະ ເປີດຜິວໃຫ້ພ້ອມຮັບການບຳລຸງ.
- Nourishing Body Wrap (ການພອກບຳລຸງຜິວ): ຫຼັງຈາກຂັດຜິວ, ຜິວທົ່ວຮ່າງກາຍຈະຖືກພອກໄວ້ດ້ວຍຜະລິດຕະພັນບຳລຸງສູດເຂັ້ມຂຸ້ນ (ເຊັ່ນ: ມາກໂຄນ, ມາກຊາລາຍ) ແລ້ວຫໍ່ຫຸ້ມຮ່າງກາຍໄວ້. ຄວາມອົບອຸ່ນຈະຊ່ວຍໃຫ້ສານອາຫານຊຶມຊາບເຂົ້າສູ່ຜິວໄດ້ຢ່າງເລິກເຊິ່ງ.
- Relaxing Moisturizing (ການບຳລຸງຜິວຂັ້ນສຸດທ້າຍ): ຫຼັງຈາກລ້າງມາກອອກ, ຂັ້ນຕອນສຸດທ້າຍຄືການທາໂລຊັ່ນ ຫຼື ນ້ຳມັນບຳລຸງຜິວ ພ້ອມນວດເບົາໆ ເພື່ອລັອກຄວາມຊຸ່ມຊື່ນ ແລະ ເພີ່ມຄວາມຜ່ອນຄາຍຂັ້ນສຸດ.
- ຜົນລັບທີ່ທ່ານຈະໄດ້ຮັບ:
- ຜິວກາຍລຽບນຸ້ມ, ຊຸ່ມຊື່ນ ແລະ ໜ້າສຳຜັດທັນທີ.
- ຜິວເບິ່ງສົດໃສ, ກະຈ່າງໃສ ແລະ ມີສຸຂະພາບດີຂຶ້ນ.
- ຫຼຸດບັນຫາຜິວແຫ້ງ, ຫຍາບ ແລະ ສີຜິວບໍ່ສະໝ່ຳສະເໝີ.
ຮູ້ສຶກຜ່ອນຄາຍ, ສະບາຍໂຕ, ຫຼຸດຄວາມເມື່ອຍລ້າ ແລະ ຄວາມຕຶງຄຽດ.